ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຊັນບົດຊົງຈໍາການຮ່ວມມື ລະຫວ່າງ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ
ກັບ ໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ


ພິທີເຊັນບົດຊົງຈໍາການຮ່ວມມືກັນ ລະຫວ່າງ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ກັບ ໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ

     ໃນວັນທີ 15 ມີນາ 2024 ນີ້, ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ, ໄດ້ຈັດພິທີເຊັນບົດຊົງຈໍາການຮ່ວມມືກັນ ກັບ ໂຮງໝໍສູນ
ກາງ 108 ກອງທັບປະຊາຊົນຫວຽດນາມ, ເຊິ່ງພິທີດັ່ງກ່າວໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກໍາມະການ
ຄະນະພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ສະຫາຍ ພັນເອກ ຮອງສາດສະດາຈານ ປອ ສະແຫວງ
ໄຊ ດາລາສາດ ຫົວໜ້າອໍານວຍການໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ພ້ອມດ້ວຍຄະນະພັກ-ຄະນະອໍານວຍການ, ສະຫາຍ ພົນຈັດ
ຕະວາ ສາດສະດາຈານ ປອ ເລ ຮິວ ຊ່ອງ ຫົວໜ້າອໍານວຍການໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ແລະ
ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.

      ໂດຍປະຕິບັດຕາມເນື້ອໃນຮ່າງອະນຸສັນຍາທີ່ໄດ້ເຊັ່ນກັນໃນປີ 2005 ລະຫວ່າງ ສອງກະຊວງປ້ອງກັນປະເທດ ແຫ່ງສາທາລະນະລັດປະຊາ
ຊົນຫວຽດນາມ ແລະ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ຄໍາສັ່ງແນະນໍາ ຂອງກະຊວງປ້ອງກັນປະເທດ ສະບັບເລກທີ 38/CT-QP ລົງ
ວັນທີ 25 ເດືອນ 3 ປີ 2005 ຂອງກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ກ່ຽວກັບການຈັດຕັ້ງປະຕິບັດການຮ່ວມມືແຮກສ່ຽວ ລະ
ຫວ່າງ ສອງໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ ແລະ ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໃນວັນທີ 02 ເດືອນ 12 ປີ
2005. ທັງສອງຝ່າຍກໍໄດ້ເຊັນບົດບັນທຶກຄວາມຊົງຈໍາ ເພື່ອສືບຕໍ່ແຜນການເຄື່ອນໄຫວຮ່ວມມືຮອບດ້ານປະຈໍາປີ 2024 ລະຫວ່າງ ສອງໂຮງໝໍ
ສູນກາງ 103 ກອງທັບປະຊາຊົນລາວ ກັບ ໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ, ເປັນຕົ້ນແມ່ນການພົບປະແລກປ່ຽນຄະນະຜູ້
ແທນ, ວຽກງານບໍາລຸງກໍ່ສ້າງບຸກຄະລາກອນ, ການເຄື່ອນໄຫວຄົ້ນຄວ້າວິທະຍາສາດ, ດ້ານວຽກງານຊ່ຽວຊານ ແລະ ຊ່ວຍເຫຼືອ ດ້ານວິຊາການ,
ການຊ່ວຍເຫຼືອທາງດ້ານອຸປະກອນການແພດ, ຮັບກວດພະຍາດໃຫ້ແກ່ພົນລະເມືອງລາວ ທີ່ ໂຮງໝໍ 108 ກອງທັບປະຊາຊົນຫວຽດນາມ.

ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 19/03/2024